ກ່ຽວກັບພວກເຮົາ

ພຣະຄໍາພີສັກສິດຂອງຄຣິສຕຽນບອກພວກເຮົາທັງປະຫວັດສາດ ແລະ ຄໍາພະຍາກອນ. ມັນບອກພວກເຮົາວ່າເກີດຫຍັງຂຶ້ນກ່ອນແລ້ວ ແລະ ຈະເກີດຫຍັງຂຶ້ນອີກບໍ່ດົນນີ້. ໃນຄໍາພະຍາກອນທີ່ໜ້າຢ້ານກົວ, ພວກເຮົາຈະໄດ້ອ່ານຄໍາເຕືອນສຸດທ້າຍກ່ອນໂລກຖືກທໍາລາຍ.

ຄໍາເຕືອນນີ້ອະທິບາຍດ້ວຍທຸດສະຫວັນສາມອົງໃນພຣະທໍາພຣະນິມິດ ບົດທີ 14. ມີຢູ່ໃນທັງສາມພາກ. ແຕ່ລະຄໍາເຕືອນແມ່ນສໍາຄັນທີ່ໂລກທັງໂລກຕ້ອງໄດ້ຍິນ.

  • ທູດສະຫວັນອົງທີໜຶ່ງບອກໃຫ້ພວກເຮົານະມັດສະການພຣະຜູ້ສ້າງ ຄືພຣະເຈົ້າຜູ້ສ້າງຟ້າສະຫວັນ, ແຜ່ນດິນໂລກ ແລະ ທະເລ. ພວກເຮົາຈໍາຕ້ອງນະມັດສະການພຣະຜູ້ສ້າງ ເພາະວ່າເວລາແຫ່ງການພິພາກສາຂອງພຣະອົງໄດ້ມາຮອດແລ້ວ. ທູດສະຫວັນອົງທີໜຶ່ງບອກພວກເຮົາວ່າພວກເຮົາສາມາດຮູ້ຈັກພຣະເຈົ້າໄດ້ແນວໃດ ແລະ ກະກຽມແນວໃດ ເພື່ອຜ່ານຜ່າການພິພາກສາ.

  • ທູດສະຫວັນອົງທີສອງເຕືອນພວກເຮົາກ່ຽວກັບການປະຖິ້ມສາສະໜາໃນຍຸກສຸດທ້າຍ. ພວກເຮົາຖືກບອກໃຫ້ປົບອອກຈາກລະບົບສາສະໜາທີ່ບໍ່ຖະຫວາຍກຽດແດ່ພຣະເຈົ້າຜູ້ສ້າງ ແລະ ພຣະທໍາຂອງພຣະອົງ.

  • ທູດ​ສະຫວັນ​ອົງ​ທີ​ສາມ​ເຕືອນ​ພວກ​ເຮົາ​ວ່າ​ຄົນ​ຊົ່ວ​ຮ້າຍ​ຈະ​ເຮັດ​ວຽກ​ຜ່ານ​ລະບົບ​ສາ​ສະ​ໜາ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ​ໃນ​ການ​ໂຈມ​ຕີ​ຄັ້ງ​ສຸດ​ທ້າຍ​ຕໍ່​ພຣະຜູ້​ສ້າງ​​ ແລະ​ໄພ່ພົນ​ຂອງ​ພຣະ​ອົງ. ເຄື່ອງໝາຍຂອງສັດຮ້າຍຈະປະກົດຢູ່ເທິງຜູ້ທີ່ຕິດຕາມມານ ແລະ ຜູ້ທີ່ຍັງຮັກສາຄວາມຈິງຂອງພຣະເຈົ້າຈະຖືກຂົ່ມເຫັງ. ແຕ່ພຣະເຈົ້າຈະຖອກເທການພິພາກສາຂອງພຣະອົງລົງໃສ່ບັນດາຜູ້ທີ່ມີເຄື່ອງໝາຍຂອງສັດຮ້າຍນັ້ນ. ໄພ່ພົນຂອງພຣະອົງ ຜູ້ທີ່ເຊື່ອຟັງ ແລະ ປະຕິບັດຕາມ ຈະໄດ້ຮັບການປົກປ້ອງຈາກການຕົກເຂົ້າໄປສູ່ຄວາມໂດດດ່ຽວຂອງແຜ່ນດິນໂລກທີ່ກໍາລັງຕາຍ. ພວກເຂົາຈະຂຶ້ນສູ່ສະຫວັນຮ່ວມກັບພຣະເຈົ້າ ແລະ ເບິ່ງພຣະອົງສ້າງໂລກຄືນໃໝ່ໃຫ້ສົມບູນດັ່ງເດີມ.

ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ.

ຮູ້ເປັນຄົນທໍາອິດ ເມື່ອມີສິ່ງພິມໃໝ່!

newsletter-cover