ເຂົ້າໃຈຄວາມທໍລະມານ

ເຂົ້າໃຈຄວາມທໍລະມານ

ສັງລວມ

ໃນປະຈຸບັນ ຫຼາຍຄົນໄດ້ຮັບຄວາມທຸກທໍລະມານຍ້ອນການຖືກກະທໍາທີ່ບໍ່ດີ ແລະການລ່ວງລະເມີດ. ພຣະເຢຊູມີຊີວິດທີ່ທໍລະມານເຊັ່ນກັນ. ພຣະອົງຊ່ວຍເຫຼືອ, ປິ່ນປົວພວກເຂົາ ແລະ ສອນຄົນອື່ນໃຫ້ຮູ້ຈັກທາງທີ່ດີກວ່າ. ບາງຄົນກຽດຊັງພຣະອົງ ແລະ ເຂັ່ນຂ້າພຣະອົງ ແຕ່ຫຼັງຈາກສາມມື້ ພຣະອົງໄດ້ຟື້ນຂຶ້ນມາ ແລະ ສະເດັດຂຶ້ນໄປຫາພຣະບິດາຢູ່ເທິງສະຫວັນ. ແຜ່ນພັບນີ້ເລົ່າຄືນເລື່ອງລາວຊີວິດ ແລະ ຄວາມທຸກທໍລະມານຂອງພຣະເຢຊູ ລວມທັງພຣະສັນຍາທີ່ພຣະອົງໄດ້ໃຫ້ໄວ້ເພື່ອສະໝານຈິດໃຈອັນເຈັບປວດຂອງພວກເຮົາ.

ດາວໂຫຼດ

“ຜູ້ຍິງອີກ!” ຊາຍຄົນໜຶ່ງຈົ່ມ. ລາວກັບເມຍໄດ້ລູກສາວສອງຄົນກ່ອນແລ້ວ. “ພວກເຮົາຢາກໄດ້ລູກຊາຍ, ບໍ່ແມ່ນລູກສາວອີກຄົນໜຶ່ງ!” ລາວຕັດສິນໃຈເອົາລູກສາວຜູ້ທີສາມ ຊື່ ໄຊໄລ ໄປໃຫ້ພີ່ນ້ອງລ້ຽງ. ແຕ່ຊີວິດຢູ່ເຮືອນຂອງພີ່ນ້ອງປຽບດັ່ງຝັນຮ້າຍສໍາລັບ ໄຊໄລ.  ພໍ່ລ້ຽງແມ່ລ້ຽງຮ້ອງດ່າວ່າ “ຈ້າໂພດ, ຮຽນບໍ່ໄດ້ດອກ.” ພວກເຂົາບັງຄັບໃຫ້ ໄຊໄລ ເຮັດວຽກປານຂ້າທາດ. ຖືກຕົບຕີ ແລະ ທາລຸນ ໄຊໄລ ທໍລະມານເປັນປະຈຳທ່າມກາງຄວາມຮູ້ສຶກອັບອາຍ ແລະ ໃຈຮ້າຍ. ເບິ່ງຄືວ່າບໍ່ມີໃຜຮັກນາງເລີຍ.

ທ່ານເຄີຍໄດ້ຍິນເລື່ອງລາວຄືກັນກັບເລື່ອງຂອງ ໄຊໄລ ບໍ? ບາງທີທ່ານອາດຖືກທາລຸນ ແລະ ທັບຖົມດ້ວຍຄວາມເຈັບປວດ.

ເມື່ອຄວາມເຈັບປວດນັ້ນເພີ່ມຂຶ້ນເຫຼືອອົດ ພວກເຮົາພະຍາຍາມໜີ ແຕ່ສ່ວນໃຫຍ່ແລ້ວພວກເຮົາຍິ່ງເຮັດໃຫ້ຕົນເອງ ແລະ ຜູ້ອື່ນເຈັບປວດ. ບາງຄັ້ງ ພວກເຮົາອາດຄິດວ່າກໍາໃນອະດີດເຮັດໃຫ້ພວກເຮົາທໍລະມານໃນປະຈຸບັນ. ແຕ່ຄວາມຄິດນັ້ນບໍ່ໄດ້ຢຽວຢາຫຍັງ. ມັນຍິ່ງເພີ່ມຄວາມຢ້ານ ແລະ ເຮັດໃຫ້ທໍ້ຖອຍຕື່ມອີກ. ພໍມີຫວັງບໍວ່າຄວາມເຈັບປວດ ແລະ ເຄາະຮ້າຍຂອງພວກເຮົາຈະໝົດໄປ.

ຄົນນັບລ້ານ ລວມທັງ ໄຊໄລ ໄດ້ຄົ້ນພົບຄວາມຫວັງໃນຄວາມເມດຕາ ແລະ ຄວາມຮັກທີ່ແທ້ຈິງຂອງພຣະເຢຊູ. 

ພຣະເຢຊູແມ່ນໃຜ?

ພຣະອາຈານເຢຊູ ປະສູດໃນຄອບຄົວທຸກຍາກຄອບຄົວໜຶ່ງ. ພໍປະສູດໄດ້ບໍ່ດົນ ຄອບຄົວຂອງພຣະອົງຕ້ອງໄດ້ປົບໜີຈາກກຳມືຂອງເຈົ້າຊີວິດປ່າເຖື່ອນອົງໜຶ່ງ ແລະ ກາຍເປັນອົບພະຍົບໄປອາໄສຢູ່ປະເທດເອຢິບ. ພາຍຫຼັງກະສັດອົງນັ້ນຕາຍໄປ ພວກເຂົາໄດ້ເດີນທາງກັບໄປປະເທດອິດສຣາເອນ ແລະ ຕັ້ງຫຼັກປັກຖານຢູ່ເມືອງນາຊາເຣັດ, ເຊິ່ງເປັນເມືອງທີ່ມີຊື່ສຽງບໍ່ດີ. ສິ່ງນີ້ເບິ່ງຄືວ່າເປັນຈຸດເລີ່ມຕົ້ນທີ່ບໍ່ດີສໍາລັບອາຈານຜູ້ຍິ່ງໃຫຍ່. 

ຄໍາວ່າ ພຣະເຢຊູ ມີຄວາມໝາຍວ່າ “ພຣະເຈົ້າຊ່ວຍກອບກູ້.” ເຈັດຮ້ອຍປີກ່ອນການປະສູດຂອງພຣະເຢຊູ ມີຄໍາທໍານວາຍວ່າ ຜູ້ກອບກູ້ຈະປະກົດຂຶ້ນໃນໂລກ ແລະ ທຸກທໍລະມານຄືຄົນທີ່ພຣະອົງມາຊ່ວຍເຫຼື້ອ. ພາລະກິດຂອງພຣະອົງແມ່ນເພື່ອຊ່ວຍຄົນໂສກເສົ້າ ແລະ ນໍາຈຸດຈົບມາສູ່ຄວາມທໍລະມານ ແລະ ຄວາມຕາຍ. 

ມິດຕະພາບແທ້ໃນພຣະເຢຊູ

ປຶ້ມພຣະຄໍາພີສັກສິດຂອງຄຣິສຕຽນບັນທຶກຫຼາຍເລື່ອງລາວກ່ຽວກັບພຣະເຢຊູຊ່ວຍຄົນທີ່ທໍລະມານ.

ມື້ໜຶ່ງ ຊາຍເປັນໂລກຜິວໜັງຮ້າຍແຮງຄົນໜຶ່ງມາຫາພຣະເຢຊູ ໃນຂະນະທີ່ພຣະອົງກໍາລັງສິດສອນປະຊາຊົນຢູ່. ຮ່າງກາຍຂອງລາວເຕັມໄປດ້ວຍຕຸ່ມເປື່ອຍ ແລະ ກິ່ນເໝັນ. ລາວອັບອາຍ ແລະ ສິ້ນຫວັງ ຍ້ອນຄົນໃນສະໄໝນັ້ນເຊື່ອວ່າພະຍາດຂອງລາວເປັນການລົງໂທດ. ແຕ່ພຣະເຢຊູຍັບເຂົ້າໃກ້ ແລະ ແຕະລາວ. ໃນທັນໃດນັ້ນ ລາວກໍດີຂຶ້ນ. 

ອີກຕອນໜຶ່ງ ພຣະເຢຊູພົບຊາຍສອງຄົນທີ່ຖືກຜີສິງ ແລະ ອາໄສຢູ່ປ່າຊ້າ, ແຂກຮ້ອງ ແລະ ໃຊ້ຫີນປາດແຄ່ງປາດຂາຕົນເອງ. ພໍພວກເຂົາເຫັນພຣະເຢຊູ ຜີຮ້າຍໄດ້ຂໍໃຫ້ພຣະເຢຊູຈາກໄປ. ແຕ່ພຣະເຢຊູສັ່ງໃຫ້ຜີຮ້າຍເຫຼົ່ານັ້ນໜີໄປ. ຜີຮ້າຍປະຕິບັດຕາມ ແລະ ຊາຍທັງສອງກໍດີເປັນປົກກະຕິທັນທີ.

ຖັດມາ ພຣະເຢຊູພົບຍິງຄົນໜຶ່ງທີ່ຖືກຄົນລັງກຽດ ຍ້ອນນາງໄດ້ແຕ່ງງານຫ້າຄັ້ງ. ນາງປະຫຼາດໃຈ ເມື່ອພຣະເຢຊູໃຫ້ກຽດ ສົນທະນາກັບນາງ. ນາງດີໃຈຫຼາຍ ຈົນໄປພາຄົນອື່ນມາເບິ່ງພຣະອົງ ຄືພຣະອາຈານຜູ້ຍິ່ງໃຫຍ່ ຜູ້ໃຫ້ຄວາມຫວັງແກ່ນາງ. 

ສະຫາຍຜູ້ທໍລະມານ

ທ່ານອາດຈະຄິດວ່າ ນັກປິ່ນປົວຜູ້ມີລິດອໍານາດ ແລະ ອາຈານຜູ້ໃຈດີນີ້ ຈະໄດ້ຮັບຄວາມຮັກຈາກທຸກຄົນ. ແນ່ນອນ ພຣະອົງໄດ້ຮັບຄວາມຮັກຈາກຫຼາຍຄົນ. ແຕ່ພວກອາຈານສອນສາສະໜາຮູ້ສຶກອິດສາກະແສນິຍົມຂອງພຣະເຢຊູ ແລະ ວາງອຸບາຍເພື່ອທໍາລາຍພຣະອົງ.

ພຣະເຢຊູບອກສາວົກຂອງພຣະອົງວ່າ ພຣະອົງຈະຖືກໃສ່ຮ້າຍປ້າຍສີ ແລະ ເຂັ່ນຂ້າ. ພຣະອົງອະທິບາຍວ່າ ມັນແມ່ນແຜນການຂອງພຣະເຈົ້າທີ່ພຣະອົງຕ້ອງທົນທຸກທໍລະມານ ແລະ ປ່ຽນແປງຈິດໃຈຂອງມະນຸດ. ພຣະອົງກ່າວໄວ້ລ່ວງໜ້າວ່າ ພຣະອົງຈະຟື້ນຄືນຊີບໃນວັນຖ້ວນສາມ. ແຕ່ສາວົກຂອງພຣະອົງບໍ່ເຊື່ອວ່າອາຈານຜູ້ເປັນທີ່ຮັກຂອງຕົນຈະທໍລະມານແສນສາຫັດຂັ້ນນັ້ນ; ພວກເຂົາກຽມພ້ອມທີ່ຈະປົກປ້ອງພຣະອົງ.

ໜ້າເສົ້າໃຈຫຼາຍ ເຫດການເກີດຂຶ້ນຕາມຄໍາກ່າວຂອງພຣະເຢຊູ. ສາວົກຄົນໜຶ່ງທໍລະຍົດພຣະເຢຊູຍ້ອນເຫັນແກ່ເງິນ ໂດຍພາກຸ່ມອັນຕະພານມາຈັບພຣະອົງໃນຕອນເດິກຂອງຄືນໜຶ່ງ. ສາວົກຄົນອື່ນໆພາກັນປົບໜີຢ່າງຢ້ານກົວ. ພະຍານເທັດກ່າວຫາວ່າພຣະເຢຊູວາງແຜນໂຄ່ນລົ້ມລັດຖະບານ. ພຣະເຢຊູຖືກຕັດສິນ, ທຸບຕີຢ່າງໂຫດຮ້າຍ ແລະ ຕອກໃສ່ໄມ້ກາງແຂນ ຈົນພຣະອົງສິ້ນພຣະຊົນຢ່າງເຈັບປວດທໍລະມານ.

ຄວາມຫວັງແກ່ຄວາມທໍລະມານຂອງພວກເຮົາ

ແມ່ຂອງພຣະເຢຊູ ແລະ ຜູ້ທີ່ຕິດຕາມພຣະອົງຮ້ອງໄຫ້ເສຍໃຈ ແລະ ວາງສົບຂອງພຣະອົງໄວ້ໃນອຸບໂມງ. ທະຫານອັດປາກອຸບໂມງນັ້ນ ແລະ ແຕ່ງກັນເຝົ້າຍາມຢູ່ດ້ານນອກ. ແຕ່ໃນມື້ຖ້ວນສາມ ເກີດແຜ່ນດິນໄຫວຢ່າງຮຸນແຮງ ເຮັດໃຫ້ປະຕູອຸບໂມງເປີດອອກ ແລະ ພຣະເຢຊູໄດ້ຟື້ນຄືນຊີບ. 

ເມື່ອພຣະເຢຊູປະກົດຕົວຕໍ່ສາວົກຂອງພຣະອົງ ພວກເຂົາບໍ່ເຊື່ອສາຍຕາຂອງຕົນເອງ! ພຣະອົງໃຫ້ອະໄພພວກເຂົາ ເຖິງວ່າພວກເຂົາໄດ້ພ່າຍໜີ ເມື່ອພຣະອົງຕ້ອງການພວກເຂົາທີ່ສຸດ. ພຣະອົງໄດ້ໃຊ້ເວລາສິດສອນພວກເຂົາດ້ວຍຄໍາສອນຈາກພຣະຄໍາພີ ເປີດເຜີຍໃຫ້ພວກເຂົາເຫັນແຜນການສຸດຍອດຂອງພຣະອົງໃນການເອົາຊະນະຄວາມທໍລະມານ ແລະ ຄວາມຕາຍ. ພຣະອົງສັ່ງພວກເຂົາໃຫ້ບອກທຸກຄົນໃຫ້ກະກຽມຕ້ອນຮັບການສະເດັດກັບມາຂອງພຣະອົງ ເຊິ່ງພຣະອົງຈະມາເຮັດໃຫ້ແຜນການກອບກູ້ໂລກຂອງພຣະອົງສໍາເລັດລົງ. ແລ້ວພຣະເຢຊູກໍສະເດັດຄືນສູ່ສະຫວັນ.

ສະຫາຍຜູ້ແບກຫາບຄວາມເຈັບປວດຂອງເຮົາ

ໄຊໄລ ເດັກຍິງຜູ້ທີ່ຖືກຖິ້ມ ໃນທີ່ສຸດກໍໄດ້ຮູ້ຈັກພຣະເຢຊູຜ່ານຄົນໃຈດີທີ່ເຮັດວຽກຢູ່ສູນອົບພະຍົບສົງຄາມ. ນາງໄດ້ຟັງເລື່ອງຈາກພຣະຄໍາພີ ແລະ ຮຽນຮູ້ກ່ຽວກັບແຜນການຂອງພຣະເຈົ້າໃນການເອົາຊະນະຄວາມທໍລະມານ ແລະ ຄວາມຕາຍ. ໄຊໄລ ຮູ້ວ່າພຣະເຈົ້າສາມາດຊ່ວຍຕົນໃຫ້ພົ້ນຄວາມອັບອາຍ ແລະ ຄວາມທໍລະມານໄດ້ ດັ່ງນັ້ນນາງຈິ່ງຂໍໃຫ້ພຣະເຈົ້າປິ່ນປົວຈິດໃຈຂອງຕົນ. ພຣະເຈົ້າໄດ້ສັບປ່ຽນຄວາມກຽດຊັງ ແລະ ຄວາມຂົມຂື່ນຂອງນາງດ້ວຍການໃຫ້ອະໄພ ແລະ ຄວາມຮັກ. ໃນທຸກມື້ນີ້ ໄຊໄລເປັນຄົນຊື່ນບານ ແລະ ປະກາດໃຫ້ຄົນຮູ້ວ່າພຣະເຈົ້າໄດ້ເຮັດໃຫ້ນາງເປັນຄົນບໍລິສຸດ ແລະ ພຣະອົງໄດ້ຮັບເອົານາງເປັນລູກສາວ.

ແລ້ວທ່ານເດ? ທ່ານຢາກພົບພຣະເຢຊູເຊັ່ນກັນບໍ? ທ່ານສາມາດອ້ອນວອນຫາພຣະອົງ ໂດຍປະຕິບັດຕາມນີ້: 

ຂ້າແດ່ພຣະເຈົ້າ, ຂອບຄຸນທີ່ພຣະອົງຊົງເຂົ້າໃຈຄວາມເຈັບປວດທີ່ຂ້ານ້ອຍໄດ້ປະເຊີນ (ເລົ່າລາຍລະອຽດຂອງຄວາມເຈັບປວດນັ້ນໆ). ຂອບຄຸນທີ່ພຣະອົງຊົງສົ່ງພຣະເຢຊູລົງມາເພື່ອຊ່ວຍເຫຼືອພວກຂ້ານ້ອຍຈາກຄວາມທຸກທໍລະມານ. ຂໍຊົງຢຽວຢາຈິດໃຈຂອງຂ້ານ້ອຍ ແລະ ປະທານສັນຕິສຸກ ແລະ ຈິດໃຈທີ່ເມດຕາໃຫ້ແກ່ຂ້ານ້ອຍດ້ວຍເທີ້ນ. ອາແມນ.

ຖ້າທ່ານປະສົງທີ່ຈະຮຽນຮູ້ກ່ຽວກັບພຣະເຢຊູ ແລະ ການຊ່ວຍເຫຼືອຂອງພຣະອົງໃນຍາມເປັນທຸກ, ກະລຸນາຕິດຕໍ່ພວກເຮົາໄດ້ຕາມຂໍ້ມູນຢູ່ດ້ານຫຼັງຂອງແຜ່ນພັບນີ້.

Copyright @ 2023 by Sharing Hope Publications. ສາມາດພິມ ແລະ ແຈກຢາຍໄດ້ໂດຍບໍ່ຂໍອະນຸຍາດ ຍົກເວັ້ນກໍລະນີນໍາໃຊ້ທາງການຄ້າ.
ຂໍ້ພຣະຄໍາພີຈາກ ພຣະຄໍາພີສັກສິດ. ສະຫງວນລິຂະສິດ © 2012 United Bible Societies.

ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ.

ຮູ້ເປັນຄົນທໍາອິດ ເມື່ອມີສິ່ງພິມໃໝ່!

newsletter-cover