
ປອດໄພຈາກວິນຍານຊົ່ວຮ້າຍ
ສັງລວມ
ວິຍານຊົ່ວມີຈິງ ແລະ ແລະພວກມັນເປັນຕາຢ້ານຫຼາຍ. ບາງຄົນອ້າງຕົນວ່າມີອໍານາດເໜືອວິຍານຊົ່ວເຫຼົ່ານີ້ໄດ້, ແຕ່ພວກເຂົາຄິດຄ່າກ່ອນການຊ່ວຍເຫຼືອພວກເຮົາ. ພຣະເຢຊູຄຣິດມີອໍານາດທີ່ຈະຜູກມັດແລະຂັບໄລ່ຜີປີສາດອອກ, ແຕ່ພຣະອົງບໍ່ເຄີຍຮຽກຮ້ອງຄິດຄ່າ. ພຣະອົງຊ່ວຍຜູ້ຄົນໂດຍບໍ່ຄິດຄ່າຢູ່ຕະຫຼອດມາ ດ້ວຍວ່າພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ກຽດຊັງທີ່ຈະເຫັນວິນຍານຊົ່ວກໍ່ກວນພວກເຮົາ. ແຜ່ນພັບນີ້ບອກພວກເຮົາກ່ຽວກັບທີ່ມາຂອງມານ ແລະ ວິທີອະທິຖານເພື່ອຂໍໃຫ້ພຣະເຢຊູຊົງນໍາພວກເຮົາພົ້ນຈາກມານທັງຫຼາຍ.
ປະເພດ
Tract
ສໍານັກພິມ
Sharing Hope Publications
ມີໃນ
12 ພາສາ
ໜ້າ
6
ຕອນເຊົ້າມື້ໜຶ່ງອາກາດແຈ່ມໃສ ແດດອອກເຕັມຟ້າ ຢູ່ອາຊີຕາເວັນອອກສ່ຽງໃຕ້. ໃນຂະນະທີ່ຂ້າພະເຈົ້າກໍາລັງອອກຈາກເຮືອນເພື່ອໄປຕະຫຼາດ ໝູ່ຂອງຂ້າພະເຈົ້າພຸ່ງອອກມາຈາກຫ້ອງພັກຂອງລາວ ແລະ ແລ່ນມຸ່ງໜ້າມາຫາຂ້າພະເຈົ້າ, ຮ້ອງກີກກາກ ແລະ ໃນມືຈັບມີດໃຫ່ຍສອງດວງແກວ່ງໄປແກວ່ງມາ. ຕາຂອງນາງແດງ ເຕັມໄປດ້ວຍຄວາມອາຄາດ ແລະ ຂ້າພະເຈົ້າຮູ້ສຶກວ່າມີຄວາມມືດ ແລະ ວິນຍານຮ້າຍເຕັມໄປໝົດ. ຍ້ອນຂ້າພະເຈົ້າເປັນຄຣິສຕຽນ ຂ້າພະເຈົ້າຈຶ່ງອະທິຖານໃນໃຈ ຂໍໃຫ້ພຣະເຈົ້າປົກປັກຮັກສາ. ໃນຂະນະທີ່ຂ້າພະເຈົ້າກໍາລັງອະທິຖານ ວິນຍານຮ້າຍນັ້ນກໍອອກໄປ ແລະ ໝູ່ຄົນນັ້ນກໍອ່ອນລົງ. ນາງຈຶ່ງໃຫ້ຂ້າພະເຈົ້າແກະເອົາມີດອອກຈາກມື.
ລິດອໍານາດຂອງພຣະເຢຊູ
ຄົນນັບພັນໄດ້ສໍາຜັດລິດອໍານາດນີ້ຂອງພຣະເຢຊູ. ພວກເຂົາຖືກປົດປ່ອຍຈາກການຖືກຜີເຂົ້າ, ຖືກປິ່ນປົວໃຫ້ຫາຍດີພະຍາດ, ໄດ້ຮັບການປົກປັກຮັກສາຈາກຄໍາສາບ, ແລະ ປ້ອງກັນຈາກອັນຕະລາຍທາງກາຍ. ແຕ່ພຣະເຢຊູແມ່ນໃຜ? ລິດອໍານາດຂອງພຣະອົງເປັນແນວໃດ? ເລື່ອງລາວຂອງພຣະເຢຊູຖືກບັນທຶກໄວ້ໃນໜັງສືສັກສິດຂອງຄຣິສຕຽນ ຄືພຣະຄໍາພີ. ຕໍ່ໄປນີ້ແມ່ນເລື່ອງລາວບາງຕອນກ່ຽວກັບລິດອໍານາດຂອງພຣະອົງເໜືອຜີມານ.
ມື້ໜຶ່ງ ມີຊາຍຄົນໜຶ່ງພາລູກຊາຍມາຫາພຣະເຢຊູ. ລາວຮ້ອງຂໍວ່າ “ອາຈານເອີຍ ຂ້ານ້ອຍຂໍຄວາມເມດຕາໃຫ້ເບິ່ງລູກຊາຍຂອງຂ້ານ້ອຍແດ່ທ້ອນ ດ້ວຍວ່າ ລາວແມ່ນລູກຊາຍຄົນດຽວຂອງຂ້ານ້ອຍ. ຜີຮ້າຍສິງໃນຕົວເດັກເທື່ອໃດ ເດັກກໍຮ້ອງຂຶ້ນເທື່ອນັ້ນໃນທັນທີໂລດ ເຮັດໃຫ້ເດັກນ້ອຍຊັກດີ້ນຢ່າງແຮງຈົນນໍ້າລາຍຟູມປາກ ມັນເຮັດໃຫ້ຕົວເດັກຟົກຊໍ້າ ... ຊຸກລາວໃສ່ໄຟ ແລະ ຊຸກລາວໃຫ້ຕົກນໍ້າ!” ພຣະເຢຊູເອີ້ນເດັກນ້ອຍຄົນນັ້ນມາຫາ ແຕ່ຜີຮ້າຍໄດ້ຊຸກເດັກນ້ອຍລົງພື້ນດິນ ຊັກດີ້ນກິ້ງເກືອກໄປມາ.
ພຣະເຢຊູເຈັບປວດແທນຊາຍຄົນນັ້ນ ແລະ ລູກຂອງລາວ. ພຣະອົງກ່າວວ່າ “ທຸກສິ່ງເປັນໄປໄດ້ສໍາລັບຜູ້ທີ່ເຊື່ອ.”
ຊາຍຄົນນັ້ນຮ້ອງໄຫ້ນໍ້າຕາໄຫຼ ທັງກ່າວວ່າ “ໂຜດຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫຼາຍກວ່ານີ້ແດ່ທ້ອນ.”
ພຣະເຢຊູສັ່ງຜີຮ້າຍນັ້ນວ່າ “‘ກູສັ່ງມຶງອອກມາຈາກເດັກນ້ອຍ ແລະ ຢ່າກັບເຂົ້າມາອີກຈັກເທື່ອ!’ ຜີຊົ່ວຮ້າຍນັ້ນຮ້ອງແຜດສຽງຂຶ້ນຈົນເຕັມກໍາລັງ ເຮັດໃຫ້ເດັກນ້ອຍນັ້ນຊັກດີ້ນ ແລ້ວກໍອອກໜີໄປ.” (ລູກາ ໙:໓໗–໔໒, ມາຣະໂກ ໙:໑໗–໒໗).
ມີຫຼາຍຄົນເປັນຄືພໍ່ຄົນນີ້ ເຊິ່ງຕົກຢູ່ໃນເຄາະຮ້າຍ ຍ້ອນຜີໂຈມຕີຄອບຄົວຂອງພວກເຂົາ. ບາງຄົນນອນບໍ່ຫຼັບ. ບາງຄົນເຈັບເປັນ. ບາງຄົນໄດ້ຍິນສຽງແປກໆ. ບາງຄົນຖືກສິງດ້ວຍກໍາລັງ ແຮງເໜືອມະນຸດ ແລະ ອາລະວາດຄົນໝົດບ້ານ. ແລະ ພວກເຂົາທັງໝົດຕ້ອງການຄວາມຊ່ວຍເຫຼືອ.
ແຕ່ມີຂ່າວດີ: ທ່ານສາມາດອະທິຖານຫາພຣະເຢຊູ ແລະ ຂໍການປົກປັກຮັກສາຈາກອໍານາດຂອງມານຮ້າຍ.
ຊ່ວຍເຫຼືອລ້າ
ໝໍຜີ ໝໍມົນຫຼາຍຄົນເອົາຄ່າຄູຄ່າຄາຍ ເປັນເງິນເປັນຄໍາຈິ່ງຊ່ວຍເຫຼືອ.
ແຕ່ມີຂ່າວດີອີກ: ພຣະເຢຊູຊ່ວຍເຫຼືອລ້າໆ.
ໃນບົດເລື່ອງຂ້າງເທິງຈາກພຣະຄໍາພີ ພຣະເຢຊູບໍ່ໄດ້ຕ້ອງການເງິນຈາກຄອບຄົວເຄາະຮ້າຍນັ້ນ. ພຣະອົງປະສົງພຽງແຕ່ໃຫ້ພວກເຮົາເຊື່ອພຣະອົງເທົ່ານັ້ນ. ພຣະອົງຊົງຮັກ ແລະ ປາຖະໜາທີ່ຈະຊ່ວຍແກ້ໄຂ້ບັນຫາຂອງມະນຸດ ຄືກັບພໍ່ແມ່ທີ່ຢາກເບິ່ງແຍງດູແລລູກຂອງຕົນ.
ພຣະຄໍາພີສອນວ່າພຣະເຢຊູເປັນຜູ້ສ້າງຈັກກະວານ.ພຣະອົງສະເດັດລົງມາເພື່ອຊ່ວຍໃຫ້ໂລກໄວ້ວາງໃຈພຣະອົງອີກຄັ້ງ. ໃນຖານະເປັນຜູ້ສ້າງ ພຣະອົງມີອໍານາດທີ່ຈະຊ່ວຍເຫຼືອໂລກຈາກຄວາມຊົ່ວຮ້າຍ, ຄວາມທຸກທໍລະມານ, ແລະ ຄວາມຕາຍ. ດ້ວຍວິທີໃດ?
ພຣະຄໍາພີກ່າວວ່າ ໃນເມື່ອກ່ອນຈັກກະວານໄຮ້ຄວາມຊົ່ວຮ້າຍ, ຄວາມທຸກທໍລະມານ ຫຼື ຄວາມຕາຍ. ທຸກສິ່ງປອງດອງກັນຢ່າງສົມບູນ. ແຕ່ທຸກຢ່າງໄດ້ປ່ຽນໄປ ເມື່ອເທວະດາຕົນໜຶ່ງທີ່ພຣະອົງສ້າງໄດ້ກໍ່ກະບົດ. ເທວະດາຕົນນີ້ອິດສາພຣະຜູ້ສ້າງຂອງຕົນ. ຈຶ່ງເລີ່ມຕົວະທູດສະຫວັນອົງອື່ນ ເອົາເທວະດາໜຶ່ງສ່ວນສາມຂອງເທວະດາທັງໝົດມາເປັນພວກຂອງຕົນ. ພວກເຂົາໄດ້ຮ່ວມຫົວກັນໃສ່ຮ້າຍວ່າພຣະເຈົ້າຫິວອໍານາດ ແລະ ເຫັນແກ່ຕົວ.
ພຣະອົງຕ້ອງຕັດສິນໃຈລໍາບາກ. ຖ້າພຣະອົງບັງຄັບໃຫ້ພວກເຂົາຢຸດ ຫຼື ທໍາລາຍພວກເຂົາ ເທວະດາຕົນອື່ນໆ ແລະ ຈັກກະວານທັງໝົດກໍຈະຄິດວ່າການໃສ່ຮ້າຍນັ້ນເປັນຄວາມຈິງ. ອີກທາງເລືອກໜຶ່ງແມ່ນອະນຸຍາດໃຫ້ເທວະດາກະບົດເຫຼົ່ງນັ້ນມີຊີວິດຢູ່ຕໍ່ ເພື່ອໃຫ້ຄວາມຜິດຂອງພວກເຂົາເປີດເຜີຍອອກເປັນຫຼັກຖານໂຕ້ແຍ້ງຄໍາກ່າວຫາຂອງພວກເຂົາ. ແລ້ວເມື່ອຮອດເວລາ ພຣະອົງຈະປິດສາກການກະບົດ.
ພາຍຫຼັງການກໍ່ກະບົດ ບັນພະບູລຸດຄູ່ທໍາອິດຂອງພວກເຮົາໄດ້ຝືນຄໍາເຕືອນຂອງພຣະເຈົ້າ ເຮັດໃຫ້ເທວະດາຊົ່ວຮ້າຍເຂົ້າຢຶດຄອງໂລກໄດ້. ໃນປະຈຸບັນ ເທວະດາເຫຼົ່ານີ້ຫຼອກລວງ ແລະ ທໍາຮ້າຍມະນຸດ. ເຖິງຢ່າງໃດກໍຕາມ ພຣະອົງຜູ້ສ້າງຍັງມີອໍານາດເໜືອເທວະດາຊົ່ວຮ້າຍເຫຼົ່ານີ້ ແລະ ເມື່ອພວກເຮົາອ້ອນວອນຂໍ ພຣະອົງກໍຈະຊ່ວຍເຫຼືອພວກເຮົາດ້ວຍຄວາມຍິນດີ.
ຂໍເຊີນເຂົ້າມາຢູ່ໃນຄວາມປອດໄພ
ຈື່ໝູ່ທີ່ພະຍາຍາມທໍາຮ້າຍຂ້າພະເຈົ້າໄດ້ບໍ? ຫຼັງຈາກລາວປ່ອຍມີດ ສຽງເປັນຕາຢ້ານໄດ້ດັງອອກມາຈາກລາວ ອ້າງວ່າເປັນວິນຍານຂອງແມ່ລາວທີ່ຕາຍໄປແລ້ວ. ວິນຍານຮ້າຍນັ້ນຂູ່ຢາກກິນເຂົ້າ. ຂ້າພະເຈົ້າອະທິຖານຮ່ວມກັບຄົນອື່ນທີ່ມາເບິ່ງເຫດການ ຂໍໃຫ້ພຣະເຈົ້າໄລ່ວິນຍານຮ້າຍນັ້ນອອກໄປ. ໃນທີ່ສຸດວິນຍານນັ້ນກໍອອກໄປ ແລະ ໝູ່ຂອງຂ້າພະເຈົ້າກໍກັບຄືນມາເປັນປົກກະຕິ.
“ຂ້ອຍບໍ່ຢາກຖືກສິງອີກ!” ລາວຮ້ອງອຸທານອອກມາ. ລາວໄດ້ສໍາຜັດກັບການຕໍ່ສູ້ທີ່ເບິ່ງບໍ່ເຫັນລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ຢາກຮູ້ວິທີປົກປ້ອງຕົນເອງຈາກຝ່າຍຄວາມມືດ. ແລ້ວຂ້າພະເຈົ້າໄດ້ສອນລາວກ່ຽວກັບພຣະເຢຊູ ແລະ ພຣະຄໍາພີ. ລາວໄດ້ອະທິຖານໃຫ້ພຣະເຢຊູຊ່ວຍລາວລືມຄວາມແຄ້ນ ແລະ ຄວາມຂົມຂື່ນຕໍ່ຄົນຄົນໜຶ່ງທີ່ເຄີຍທໍາຮ້າຍລາວໃນອະດີດ. ລາວຍັງໄດ້ອະທິຖານຂໍໃຫ້ພຣະອົງຜູ້ສ້າງປະທານຈິດໃຈທີ່ເມດຕາໃຫ້ແກ່ຕົນ ແລະ ປົກປັກ.ຮັກສາຈາກສິ່ງຊົ່ວຮ້າຍ. ລາວປະຕິບັດແນວນີ້ ແລະ ວິນຍານຊົ່ວຮ້າຍກໍບໍ່ເຄີຍກັບມາລົບກວນລາວອີກ.
ທ່ານຢາກສໍາຜັດກັບອໍານາດແຫ່ງການປົກປັກຮັກສາຂອງພຣະເຢຊູບໍ? ທ່ານສາມາດອະທິຖານດັ່ງນີ້:
ພຣະເຈົ້າເອີຍ ຂ້ານ້ອຍຕ້ອງການຄວາມຊ່ວຍເຫຼືອຂອງພຣະອົງ. ຂໍຊົງໂຜດປັດເປົ່າວິນຍານຮ້າຍອອກໄປຈາກຊີວິດຂອງຂ້ານ້ອຍດ້ວຍ. ຂໍຊົງໂຜດປະທານຈິດໃຈໃໝ່ໃຫ້ຂ້ານ້ອຍ ແລະ ສົ່ງເທວະດາບໍລິສຸດມາປົກປັກຮັກສາຂ້ານ້ອຍດ້ວຍ. ຂ້ານ້ອຍທູນຂໍສິ່ງນີ້ໃນພຣະນາມຂອງພຣະເຢຊູ. ອາແມນ.
ຖ້າທ່ານຢາກໃຫ້ພຣະເຢຊູຊ່ວຍທ່ານ ຫຼື ຄົນທີ່ທ່ານຮັກໃຫ້ຫ່າງຈາກວິນຍານຊົ່ວຮ້າຍ ກະລຸນາຕິດຕໍ່ພວກເຮົາໄດ້ຕາມຂໍ້ມູນຢູ່ດ້ານຫຼັງຂອງແຜ່ນພັບນີ້.
Copyright @ 2023 by Sharing Hope Publications. ສາມາດພິມ ແລະ ແຈກຢາຍໄດ້ໂດຍບໍ່ຂໍອະນຸຍາດ ຍົກເວັ້ນກໍລະນີນໍາໃຊ້ທາງການຄ້າ.ຂໍ້ພຣະຄໍາພີຈາກ ພຣະຄໍາພີສັກສິດ. ສະຫງວນລິຂະສິດ © 2012 United Bible Societies
ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ.
ຮູ້ເປັນຄົນທໍາອິດ ເມື່ອມີສິ່ງພິມໃໝ່!

ຊອກຫາຜູ້ຊົມຂອງທ່ານ
ສິ່ງພິມຄັດສັນ
© 2023 Sharing Hope Publications