
ພຣະເຢຊູສາມາດຊ່ວຍໄດ້ບໍ່?
ສັງລວມ
ໃນຊີວິດຂອງພວກເຮົາທຸກຄົນລ້ວນແຕ່ພົບພໍ້ບັນຫາທີ່ບໍ່ສາມາດແກ້ໄຂໄດ້ດ້ວຍຕົວຄົນດຽວ. ບາງຄັ້ງ ພວກເຮົາຄິດວ່າບໍ່ມີໃຜເຫັນຄວາມເຈັບປວດຂອງພວກເຮົາ ແຕ່ພຣະຜູ້ສ້າງຊົງຮູ້ບັນຫາຂອງພວກເຮົາທຸກຢ່າງ. ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງ ຄືພຣະເຢຊູ ລົງມາພ້ອມກັບແຜນການຊ່ວຍພວກເຮົາທຸກຄົນໃຫ້ໄດ້ຫຼຸດພົ້ນຈາກຄວາມທຸກທໍລະມານ. ສາມເລື່ອງນີ້ບັນລະຍາຍກ່ຽວກັບຄົນທີ່ພົບພໍ້ບັນຫາທີ່ໜັກໜ່ວງ ແລະ ຫັນໜ້າເຂົ້າເພິ່ງພຣະເຢຊູ. ໃນເວລານັ້ນ, ບໍ່ມີຜູ້ໃດຮູ້ຈັກພຣະເຢຊູດີ ແຕ່ພາຍຫຼັງທີ່ພຣະອົງໄດ້ຊ່ວຍພວກເຂົາແລ້ວ ພວກເຂົາກໍປາຖະໜາຢາກຮູ້ຈັກພຣະອົງຫຼາຍຂຶ້ນ. ແຜ່ນພັບນີ້ສອນພວກເຮົາກ່ຽວກັບວິທີອະທິຖານ ເພື່ອໃຫ້ພວກເຮົາສາມາດເລົ່າບັນຫາຂອງພວກເຮົາໃຫ້ພຣະເຢຊູຟັງ. ພຣະອົງຈະຊ່ວຍພວກເຮົາເຊັ່ນກັນ!
ປະເພດ
Tract
ສໍານັກພິມ
Sharing Hope Publications
ມີໃນ
12 ພາສາ
ໜ້າ
6
ສະບາຍດີມິດສະຫາຍ, ຂ້າພະເຈົ້າບໍ່ຮູ້ວ່າທ່ານກໍາລັງພົບພໍ້ສິ່ງໃດໃນຊີວິດ ແຕ່ພວກເຮົາທັງໝົດລ້ວນແຕ່ປະເຊີນກັບບັນຫາທີ່ພວກເຮົາບໍ່ສາມາດແກ້ໄຂໄດ້.
ການເຈັບໄຂ້ໄດ້ປ່ວຍ. ຄວາມເຈັບຊໍ້າໃຈ. ຄວາມໂດດດ່ຽວ. ການເສບຕິດ. ຄວາມທຸກຍາກລໍາບາກ. ຄວາມຢ້ານກົວ. ຄວາມອັບອາຍ. ເຖິງວ່າທ່ານຈະກໍາລັງປະເຊີນກັບບັນຫາໃດກໍຕາມ ມີຄົນທີ່ສາມາດຊ່ວຍທ່ານໄດ້. ທ່ານຜູ້ນັ້ນມີນາມວ່າ ພຣະເຢຊູ. ຫຼາຍຄົນໄດ້ຫັນໄປເພິ່ງພຣະອົງໃນຍາມຈໍາເປັນ ແລະ ໄດ້ຮັບການຊ່ວຍເຫຼືອ.
ສາມເລື່ອງລາວຕໍ່ໄປນີ້ແມ່ນເລື່ອງລາວຂອງຄົນໃນທະວີບອາຊີທີ່ພຣະອົງໄດ້ຊ່ວຍເຫຼືອ.
ແມ່ໃນປະເທດສຣີລັງກາ
ນາງຈາຢາເປັນພະນັກງານໃນຫ້ອງວິເຄາະເລືອດແຫ່ງໜຶ່ງ. ນາງດີໃຈທີ່ມີວຽກເຮັດງານທໍາເພື່ອຫາລ້ຽງຕົວລາວເອງ ແລະ ລູກຊາຍຂອງລາວ ເພາະວ່າຜົວຂອງນາງໄດ້ຈາກນາງໄປແລ້ວ. ເຖິງວ່ານາງນັບຖືສາສະໜາພຸດກໍຕາມ ຈາຢາມັກທີ່ໄດ້ເຮັດວຽກໃຫ້ຫົວໜ້າຄົນຄຣິສຕຽນຂອງນາງ ຊື່ ແອັນນາ. ບໍ່ພໍເທົ່າໃດ ພວກເຂົາກໍໄດ້ກາຍເປັນໝູ່ກັນ.
ຕົກມາມື້ໜຶ່ງ ໃນຂະນະທີ່ກໍາລັງເຮັດວຽກຢູ່ ຈາຢາຮູ້ສຶກເຈັບກະທັນຫັນ. ນາງຮ້ອງຂຶ້ນດ້ວຍຄວາມຢ້ານກົວ ເມື່ອແນມເຫັນເລືອດ ແລະ ຮອຍບາດສາມແຜຢູ່ຫຼັງມືຂອງຕົນ. ຈາຢາຮູ້ສຶກໄດ້ວ່າມີວິນຍານຊົ່ວຮ້າຍລ່ອງລອຍຢູ່ໃນຫ້ອງ.
ຍ້ອນໄດ້ຍິນສຽງນາງຮ້ອງ ແອັນນາຈິ່ງຟ້າວແລ່ນເຂົ້າມາ. ນາງສັງເກດເຫັນຄວາມຢ້ານເທິງໜ້າຕາອັນຫຼ່າເຫຼືອງຂອງຈາຢາ ໃນຂະນະທີ່ຈາຢາພະຍາຍາມອະທິບາຍເຖິງສິ່ງທີ່ເກີດຂຶ້ນ. ແອັນນາຕອບວ່າ “ຈາຢາ, ພຣະເຈົ້າຂອງຂ້ອຍມີລິດອໍານາດເພື່ອສັ່ງໃຫ້ວິນຍານຊົ່ວຮ້າຍເຫຼົ່ານີ້ໜີໄປໄດ້. ໃຫ້ພວກເຮົາຮີບອະທິຖານເທາະ.” ໃນຂະນະທີ່ແອັນນາອະທິຖານ ຈາຢາຮູ້ສຶກຄວາມສະຫງົບໄດ້ໄຫຼເຂົ້າມາໂອບຮ່າງກາຍ. ວິນຍານເຫຼົ່ານັ້ນໄດ້ອອກໜີໄປ.
“ຂ້າພະເຈົ້າຕົກໃຈຍ້ອນຄໍາອະທິຖານນັ້ນໄດ້ຜົນໄວຫຼາຍ,” ຈາຢາເລົ່າ, “ແລະ ຂ້າພະເຈົ້າຢາກຮູ້ຈັກພຣະເຢຊູ ຜູ້ທີ່ຫົວໜ້າຂອງຂ້າພະເຈົ້າອະທິຖານຫາ. ແມ່ນແທ້, ພຣະອົງໄດ້ຍິນ ແລະ ຕອບຄໍາອະທິຖານ!”
ນັກທຸລະກິດຍິງຢູ່ກຸງເທບ
ສຸຈິນເປັນນັກທຸລະກິດຍິງທີ່ປະສົບຜົນສໍາເລັດໃນກຸງເທບ ເຊິ່ງໄດ້ຖືກເລື່ອນຕໍາແໜ່ງຢ່າງໄວວາ. ແຕ່ບໍ່ແມ່ນທຸກສິ່ງດໍາເນີນໄປໄດ້ດີ. ນາງ ແລະ ແຟນຂອງນາງ ຜູ້ທີ່ນາງຄິດວ່າຈະໃຊ້ຊີວິດຄູ່ຮ່ວມກັນໄດ້ເລີກຈາກນາງໄປ. ດຽວນີ້ ນາງອົກຫັກ ແລະ ຕ້ອງໄດ້ຢູ່ຄົນດຽວ.
ຫຼາຍອາທິດໄດ້ຜ່ານໄປ ແລະ ໂລກກໍມືດມົວໄປໝົດ. ສຸຈິນເລີ່ມເຫັນວ່າ ຂ່າວກໍມີແຕ່ເລື່ອງໂສກເສົ້າ. ແມ່ນແຕ່ເພງ ແລະ ລະຄອນກໍມີແຕ່ເຫດການເຈັບຊໍ້າ. ຕ້ອງມີຜູ້ບົງການຢູ່ເບື້ອງຫຼັງສິ່ງບໍ່ດີເຫຼົ່ານີ້, ນາງຄິດສະຫຼຸບ. ແລ້ວສິ່ງດີໆໃນໂລກນີ້ເດມີບໍ? ສິ່ງເຫຼົ່ານີ້ມີຜູ້ຢູ່ເບື້ອງຫຼັງບໍ? ນາງບໍ່ຮູ້.
ຕົກມາຄືນໜຶ່ງ, ສຸຈິນຕື່ນຂຶ້ນ ຮູ້ສຶກວ່າມີຄົນຢູ່ໃນຫ້ອງນອນຂອງຕົນ. ທໍາອິດນາງຄິດວ່າຕົນເອງກໍາລັງຝັນຢູ່ ແຕ່ນາງປິ່ນໜ້າເບິ່ງອີກເທື່ອໜຶ່ງ ແລະ ເຫັນມີຄົນກໍາລັງຢືນຢູ່ປາຍຕຽງ. ເປັນຕາປະຫຼາດໃຈຫຼາຍ, ນາງບໍ່ຮູ້ສຶກຢ້ານກົວເລີຍ. ນາງມືນຕາເບິ່ງໜ້າຕາອັນອ່ອນໂຍນນັ້ນ ແລະ ຮູ້ວ່າລາວເປັນຄົນດີ. ພໍສະບາຍໃຈຂຶ້ນ ນາງກໍຫຼັບຕາ ແລະ ເຊືອບຫຼັບລົງ.
ຮຸ່ງເຊົ້າມາ ສຸຈິນໄດ້ຄິດທົບທວນກ່ຽວກັບຊາຍຄົນນັ້ນ ແລະ ໝັ້ນໃຈວ່າຄົນທີ່ຕົນເອງເຫັນແມ່ນ ພຣະເຢຊູ. ນາງຮູ້ສຶກວ່າ ພຣະອົງຮູ້ຄວາມສິ້ນຫວັງຂອງນາງ ແລະ ໄດ້ສະເດັດມາເພື່ອຊ່ວຍນາງ. ນາງບໍ່ຮູ້ວ່າຕົນຈະຮູ້ຈັກພຣະອົງໄດ້ແນວໃດ ຈຶ່ງຕັດສິນໃຈໄປໂບດຄຣິສຕຽນ. ນາງໄດ້ສຶກສາພຣະຄໍາພີ ແລະ ຮຽນຮູ້ຈັກພຣະເຢຊູ ແລະ ວິທີສະແຫວງຫາພຣະອົງ. ສຸຈິນຮູ້ວ່າຕົນບໍ່ຕ້ອງໂດດດ່ຽວອີກຕໍ່ໄປແລ້ວ.
ພໍ່ຜູ້ສິ້ນຫວັງໃນມາເລເຊຍ
ເຈັງນອນຂົດຢ່າງລໍາບາກຢູ່ໃນເບາະລົດ ເຊິ່ງເປັນບ່ອນທີ່ລາວໃຊ້ນອນໄດ້ສອງສາມຄືນແລ້ວ. ຖ້າເລືອກໄດ້ ລາວຢາກຢູ່ຂ້າງລູກຊາຍໃນໂຮງໝໍ ແຕ່ວ່າຫ້ອງມໍລະສຸມອະນຸຍາດໃຫ້ແຕ່ຜູ້ປົກຄອງຄົນດຽວນອນເຝົ້າຄົນເຈັບໄດ້.
ເປັນຫຍັງລູກຊາຍຂອງລາວຈິ່ງເປັນໂລກຫົວໃຈທີ່ອັນຕະລາຍເຖິງຊີວິດ? ຖ້າລູກຊາຍເສຍຊີວິດເດ? ລາວຄິດພາບບໍ່ອອກຖ້າຕ້ອງມີຊີວິດຢູ່ຕໍ່ໂດຍບໍ່ມີລູກຊາຍຄົນດຽວຂອງຕົນເອງ! ນໍ້າຕາໄຫຼເປັນສາຍລົງແກ້ມຂອງເຈັງ. ລາວຮູ້ສຶກສິ້ນຫວັງທີ່ສຸດ. ລາວໄດ້ຮ້ອງຫາວິນຍານຂອງບັນພະບູລຸດ ແລະ ໄປຫາຄວາມຊ່ວຍເຫຼືອຈາກຫຼາຍໆວັດ ແຕ່ກໍບໍ່ໄດ້ຄໍາຕອບ. ຊໍ້າບໍ່ໜໍາ ໝໍຜ່າຕັດໄດ້ບອກວ່າ ອາການໂລກຫົວໃຈຂອງລູກລາວນັ້ນບໍ່ສາມາດປິ່ນປົວໄດ້ ເຖິງວ່າຜ່າຕັດກໍບໍ່ດີ.
ເຈັງຫຼຽວເບິ່ງເບາະນັ່ງດ້ານຂ້າງ ຈຶ້ງເບິ່ງໃບປິວນ້ອຍໆທີ່ຄຣິສຕຽນຄົນໜຶ່ງໄດ້ເອົາໃຫ້ສອງສາມມື້ຜ່ານມາ. ລາວບໍ່ຄິດຫຍັງຫຼາຍ ເປີດໄຟຂຶ້ນ ແລະ ເລີ່ມຕົ້ນອ່ານ. ໃບປິວນັ້ນອະທິບາຍກ່ຽວກັບພຣະເຈົ້າອົງໜຶ່ງທີ່ສ້າງໂລກນີ້, ເປັນອົງທີ່ຮັກພວກເຮົາ ແລະ ປາຖະໜາໃຫ້ພວກເຮົາຂໍຄວາມຊ່ວຍເຫຼືອຈາກພຣະອົງ.
ເຈັງຄໍານຶງກ່ຽວກັບສິ່ງທີ່ຕົນໄດ້ອ່ານ. ລາວສິ້ນຫວັງຫຼາຍ. ພຣະເຈົ້າອົງນີ້ສາມາດຊ່ວຍໄດ້ແທ້ບໍ? “ພຣະເຈົ້າ, ຖ້າພຣະອົງມີຈິງ ຂ້ານ້ອຍຂໍໃຫ້ພຣະອົງກະທໍາຢ່າງໜຶ່ງ. ຂໍຊົງໂຜດຊ່ວຍລູກຊາຍຂອງຂ້ານ້ອຍດ້ວຍເທີ້ນ! ຖ້າພຣະອົງຊົງໂຜດ ພຣະອົງຈະເປັນພຣະເຈົ້າຂອງຂ້ານ້ອຍ ແລະ ຂ້ານ້ອຍຈະຕິດຕາມພຣະອົງ.”
ເຊົ້າມື້ຖັດມາ ເຈັງເຂົ້າໄປໃນຫ້ອງປິ່ນປົວຂອງລູກ. ໝໍ ແລະ ພະຍາບານກໍາລັງລົມກັນວຸ່ນໆຢູ່ຕຽງນອນຂອງລຸກຊາຍຂອງລາວ. ພວກເຂົາພາກັນຍິ້ມ ແລະ ໃຈຈົດຈໍ່ເບິ່ງຜົນກວດຢູ່. ລູກຊາຍຂອງລາວດີແລ້ວ!
ຮອດຜຽນທ່ານແລ້ວ
ທ່ານກໍາລັງມີບັນຫາເລື່ອງວຽກ ຫຼື ເລື່ອງຮຽນບໍ? ທ່ານກໍາລັງຜິດຖຽງກັບຄົນອ້ອມຂ້າງບໍ? ທ່ານເຈັບປ່ວຍ ຫຼື ຢ້ານກົວບໍ? ທ່ານຮູ້ສຶກໂດດດ່ຽວບໍ? ທ່ານບໍ່ສາມາດເອົາຊະນະການເສບຕິດ ຫຼື ຄວາມບົກຜ່ອງໃນຊີວິດໄດ້ແມ່ນບໍ?
ພຣະເຢຊູສາມາດຊ່ວຍທ່ານໄດ້!
ພຣະອົງກ່າວວ່າ “ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ” (ມັດທາຍ 11:28)
ທ່ານອາດຈະບໍ່ສາມາເຂົ້າໃຈໄດ້ທັງໝົດວ່າພຣະເຢຊູແມ່ນໃຜ. ທ່ານອາດສົງໃສວ່າພຣະອົງມີຈິງຫຼືບໍ. ແຕ່ທ່ານສາມາດໝັ້ນໃຈໄດ້ວ່າ ຖ້າທ່ານຢາກຮູ້ຄວາມຈິງແທ້ໆ ແລະ ຕ້ອງການຄວາມຊ່ວຍເຫຼືອອີຫຼີ ພຣະເຢຊູຈະຊ່ວຍທ່ານ.
ພຽງແຕ່ອະທິຖານວ່າ “ພຣະເຢຊູ, ຂ້ານ້ອຍຢາກຮູ້ວ່າພຣະອົງມີຈິງ ແລະ ສາມາດຊ່ວຍຂ້ານ້ອຍໄດ້ບໍ. ຂໍຊົງສະແດງໃຫ້ຂ້ານ້ອຍເຫັນວ່າພຣະອົງມີຈິງ ແລະ ຊ່ວຍຂ້ານ້ອຍ . . . ຕື່ມໃສ່ບ່ອນວ່າງ. . . . ຂ້ານ້ອຍຕ້ອງການພຣະອົງດຽວນີ້.”
ພຣະເຢຊູຈະຊ່ວຍແນ່ນອນ. ແລະ ເມື່ອພຣະອົງຊ່ວຍແລ້ວ ຈົ່ງບອກຄົນອື່ນຕໍ່ກ່ຽວກັບພຣະອົງ.
ຖ້າທ່ານຕ້ອງການຮຽນຮູ້ເພີ່ມກ່ຽວກັບລິດອໍານາດຂອງພຣະເຢຊູ ກະລຸນາຕິດຕໍ່ພວກເຮົາໄດ້ຕາມຂໍ້ມູນຢູ່ດ້ານຫຼັງຂອງແຜ່ນພັບນີ້.
Copyright @ 2023 by Sharing Hope Publications. ສາມາດພິມ ແລະ ແຈກຢາຍໄດ້ໂດຍບໍ່ຂໍອະນຸຍາດ ຍົກເວັ້ນກໍລະນີນໍາໃຊ້ທາງການຄ້າ.ຂໍ້ພຣະຄໍາພີຈາກ ພຣະຄໍາພີສັກສິດ. ສະຫງວນລິຂະສິດ © 2012 United Bible Societies.
ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ.
ຮູ້ເປັນຄົນທໍາອິດ ເມື່ອມີສິ່ງພິມໃໝ່!

ຊອກຫາຜູ້ຊົມຂອງທ່ານ
ສິ່ງພິມຄັດສັນ
© 2023 Sharing Hope Publications