ອະນາຄົດທີ່ດີກວ່າ

ອະນາຄົດທີ່ດີກວ່າ

ສັງລວມ

ໃນໂລກນີ້, ສິ່ງບໍ່ດີຕ່າງໆກໍເກີດຂຶ້ນ. ຜູ້ຄົນທຸກທໍລະມານ ແລະ ລົ້ມຕາຍ. ແຕ່ຍັງມີຄວາມຫວັງໃນອະນາຄົດ! ປຶ້ມສັກສິດຂອງຄຣິສຕຽນ ຄືພຣະຄໍາພີ ກ່າວວ່າພຣະເຢຊູຈະສະເດັດກັບມາຮັບເອົາຜູ້ທີ່ຮັກພຣະອົງໄປຍັງບ່ອນທີ່ດີກວ່າ. ຢູ່ບ່ອນນັ້ນ ບໍ່ມີຜູ້ໃດເຈັບປ່ວຍ ຫຼື ທຸກທໍລະມານ. ທຸກຄົນຈະມີຊີວິດທີ່ສະຫງົບສຸກ ແລະ ປອງດອງກັນຕະຫຼອດໄປ. ແຜ່ນພັບນີ້ບອກພວກເຮົາວ່າພວກເຮົາສາມາດເປັນສ່ວນໜຶ່ງຂອງອະນາຄົດອັນສວຍສົດງົດງາມທີ່ພຣະເຈົ້າກະກຽມໄວ້ນັ້ນໄດ້ແນວໃດ!

ດາວໂຫຼດ

ລີ ກໍາແຂນລູກສາວສອງຄົນແໜ້ນກຶ໋ກ ຍ່າງເລາະຫ້າງຊຸບເປີມາເກັດ. ລາວເຕືອນເພື່ອປົກປ້ອງລູກວ່າ “ລະວັງ.” “ຫຍັບເຂົ້າມາຕິດພໍ່ພີ້ລູກ.” ລາວຫົວປິ່ນ. ລາວບໍ່ເຄີຍເຂົ້າຕະຫຼາດແບບນີ້ຈັກເທື່ອ. ແລະ ແນ່ນອນ ລາວບໍ່ຄຸ້ນເຄີຍກັບການເອົາລູກ.

ພໍຊື້ຂອງກິນແລ້ວ ແລະ ພາລູກຂຶ້ນລົດເມ ລາວຮູ້ສຶກວ່ານໍ້າຕາຈະໄຫຼ. ລາວຄິດຮອດເມຍຜູ້ທີ່ໄດ້ຕາຍຈາກໄປສອງສາມອາທິດຜ່ານມາ. ລາວຄິດຮອດຮອຍຍິ້ມຂອງນາງ. ລາວຄິດຮອດແນວກິນທີ່ເມຍແຕ່ງ ແລະ ຝີມືການເບິ່ງແຍງລູກຂອງເມຍ. ລາວບໍ່ນຶກບໍ່ຝັນເລີຍວ່າຊີວິດຄູ່ຂອງຕົນຕ້ອງຈົບລົງດ້ວຍຄວາມໂສກເສົ້າລັກສະນະນີ້. 

ເປັນຫຍັງລາວຈຶ່ງຕ້ອງທໍລະມານ? ເປັນຫຍັງລູກຂອງລາວຕ້ອງທໍລະມານ? ອະນາຄົດມີພຽງເທົ່ານີ້ບໍ?

ຄວາມຫວັງສໍາລັບອະນາຄົດ

ພໍເວລາຜ່ານໄປ ລີ ເລີ່ມສົງໄສວ່າສາສະໜາຈະສາມາດຊ່ວຍໃຫ້ລາວມີອະນາຄົດທີ່ດີກວ່າໄດ້ບໍ? ແຕ່ລາວຄິດພໍ້ວ່າ ແຕ່ລະສາສະໜາມີທາງອອກແຕກຕ່າງກັນ ແລະ ບໍ່ແມ່ນດີທຸກສາສະໜາ. ລາວຈະຫາຄໍາຕອບໄດ້ແນວໃດ? ລາວບໍ່ມີຫວັງໄດ້ພົບເມຍອີກເລີຍບໍ? ຄວາມທໍລະມານບໍ່ມີສິ້ນສຸດນີ້ຈະໄດ້ຮັບການແກ້ໄຂບໍ?

ບາງປັດສະຍາສອນວ່າໂລກນີ້ຈະດີຂຶ້ນເທື່ອລະກ້າວ ແຕ່ ລີ ເຫັນໄດ້ຊັດເຈນວ່າມັນກົງກັນຂ້າມ. ສາສະໜາອື່ນບອກທາງຫຼົບໜີ. ສາສະໜາເຫຼົ່ານັ້ນເຫັນວ່າໂລກນີ້ເປັນໂລກແຫ່ງຄວາມທຸກທໍລະມານຕະຫຼອດໄປ ແລະ ສອນວ່າພຣະເຈົ້າຈະຊ່ວຍຄົນດີເມື່ອພວກເຂົາຕາຍໄປ ແລະ ພາຂຶ້ນສະຫວັນ. ບາງສາສະໜາສອນເລື່ອງນິພານ ຄືຄວາມນຶກຄິດກ່ຽວກັບສະພາບຖາວອນທີ່ບໍ່ສາມາດອະທິບາຍໄດ້. ແຕ່ສິ່ງນັ້ນເບິ່ງຄືວ່າໄກໂຕເກີນໄປ. ລີ ສັບສົນວ່າມຸມມອງໃດດີທີ່ສຸດ.

ທາງອອກຂອງຄຣິສຕຽນ

ລີ ເລີ່ມປຶກສາໝູ່ຄຣິສຕຽນຄົນໜຶ່ງ. ແລ້ວລາວກໍໄດ້ຮຽນວ່າ ໜັງສືສັກສິດຂອງຄຣິສຕຽນ ເອີ້ນວ່າ ພຣະຄໍາພີ ສອນວ່າໂລກນີ້ກໍາລັງຕົກຢູ່ໃນວິກິດ ຍ້ອນພວກເຮົາໄດ້ລະເມີດພຣະຜູ້ສ້າງ (ປະຖົມມະການ ໖:໕). ແຕ່ພຣະຜູ້ສ້າງໄດ້ສັນຍາວ່າຈະສ້າງໂລກນີ້ຄືນໃໝ່ໃຫ້ສົມບູນຄືເກົ່າ (ພຣະນິມິດ ໒໑:໑). ບັນດາຜູ້ທີ່ອະນຸຍາດໃຫ້ພຣະເຈົ້າປິ່ນປົວຄວາມເຫັນແກ່ໂຕຂອງຕົນ ຈະຖືກຮັບເຂົ້າໄປໃນໂລກໃໝ່.

ພຣະຄໍາພີກ່າວວ່າ ພຣະເຈົ້າຜູ້ສ້າງຈະ “ເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ. ຄວາມຕາຍຈະບໍ່ມີອີກຕໍ່ໄປ. ຄວາມໂສກເສົ້າ, ການຮ້ອງໄຫ້ ແລະ ຄວາມເຈັບປວດຈະບໍ່ມີອີກຕໍ່ໄປ ເພາະວ່າສິ່ງທີ່ມີຢູ່ໃນຄາວກ່ອນນັ້ນກໍໄດ້ຜ່ານພົ້ນໄປແລ້ວ” (ພຣະນິມິດ ໒໑:໔). ຄວາມທໍລະມານຈະບໍ່ມີຕະຫຼອດໄປ!

“ຄົນຕາບອດຈະເຫັນຮຸ່ງເມື່ອເຂົາແນມໄປມາ ຄົນຫູໜວກຈະໄດ້ຍິນເມື່ອເຂົາຟັງຄົນເວົ້າ. ຄົນຂາພິການຈະກະໂດດເຕັ້ນ... ຜູ້ປາກບໍ່ເປັນກໍຈະຊົມຊື່ນຍິນດີດ້ວຍສຽງໂຮຮ້ອງ” (ເອຊາຢາ ໓໕:໕–໖). ຄວາມບົກຜ່ອງທາງກາຍຈະຫາຍໄປ! 

ທໍາມະຊາດຈະໄດ້ຮັບການຟື້ນຟູ. “ໝາປ່າ ແລະ ລູກແກະຈະກິນຮ່ວມກັນ ສິງຈະກິນເຟືອງເໝືອນງົວ” (ເອຊາຢາ ໖໕:໒໕). 

ສິ່ງນີ້ຈະເປັນໄປໄດ້ແນວໃດ? ພຣະຄໍາພີກ່າວວ່າ ພຣະເຈົ້າຈະຫຼອນມາ (ມັດທາຍ ໒໔:໓໖–໔໒), ແຕ່ຈະບໍ່ມີໃຜພາດ ເພາະ “ພຣະອົງຈະສະເດັດມາ ມີເມກເປັນຂະບວນແຫ່ ແລະ ຕາທຸກໜ່ວຍຈະເຫັນພຣະອົງ” (ພຣະນິມິດ ໑:໗). ຈະເກີດຟ້າຮ້ອງ ຟ້າຜ່າ ແລະ ໂລກຈະສັ່ນສະທ້ານ (ມັດທາຍ ໒໔:໒໗; ພຣະນິມິດ ໑໖:໑໗–໒໑). 

ສຽງແກຈະດັງກ້ອງຂຶ້ນ. ບັນດາຜູ້ທີ່ຕາຍໄປແລ້ວແຕ່ເຊື່ອໃນຄໍາສັນຍາຂອງພຣະຜູ້ສ້າງຈະຟື້ນຂຶ້ນມາມີຊີວິດ. ຜູ້ທີ່ເຊື່ອໃນພຣະເຈົ້າທີ່ຍັງມີຊີວິດຢູ່ “ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນພວກນັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ” (໑ ເທສະໂລນິກ ໔:໑໗). ເປັນການພົບກັນທີ່ໜ້າຍິນດີທີ່ສຸດ!

ເຖິງວ່າພຣະເຈົ້າປະສົງໃຫ້ທຸກຄົນໄດ້ອາໄສຢູ່ໃນໂລກໃໝ່ນັ້ນ ແຕ່ສຸດທ້າຍແລ້ວຄົນຊົ່ວຈະຖືກທໍາລາຍ (໒ ເປໂຕ ໓:໙–໑໑). ຫຼັງຈາກນັ້ນ ພຣະເຈົ້າຈະສ້າງໂລກຄືນໃໝ່ ແລະ ຕ້ອນຮັບພວກເຮົາເຂົ້າສູ່ບ່ອນຢູ່ໃໝ່ ບ່ອນທີ່ບໍ່ມີມົນລະພິດ, ບໍ່ມີຄວາມທໍລະມານ ແລະ ບໍ່ມີຄວາມຕາຍ.

ລອງຈິນຈະນາການເບິ່ງໂລກໃໝ່ນັ້ນເບິ່ງ!

ເມື່ອ ລີ ອ່ານພຣະຄໍາພີ, ລາວໄດ້ຈິນຕະນາການກ່ຽວກັບພາບເຫຼົ່ານັ້ນ. ລາວນຶກເຫັນພາບຕົນເອງກໍາລັງຍ່າງຢູ່ໃນທົ່ງຫຍ້າອັນສວຍສົດງົດງາມກັບເມຍທີ່ຟື້ນຂຶ້ນມາຈາກຄວາມຕາຍ. ພວກເຂົານັ່ງປິກນິກຢູ່ແຄມຫ້ວຍ ໃນຂະນະທີ່ລູກສາວສາມາດຫຼິ້ນຍອກເສືອໄດ້ຢ່າງປອດໄພ. 

ອາທິດລະຄັ້ງ ພວກເຂົາຮ່ວມຂະບວນແຫ່ມຸ່ງໜ້າໄປຍັງນະຄອນຫຼວງ ບ່ອນທີ່ພຣະຜູ້ສ້າງປະທັບຢູ່ (ເອຊາຢາ ໖໖:໒໒–໒໓). ພວກເຂົາຍ່າງຢູ່ທາງປູດ້ວຍຄໍາ ຈິດໃຈຂອງພວກເຂົາໂອບອາບດ້ວຍຄວາມປິຕິຍິນດີ ແລະ ຄວາມຮັກຕໍ່ພຣະຜູ້ສ້າງ. ພວກເຂົາຮ່ວມຮ້ອງເພງສັນລະເສີນພຣະເຈົ້ານຳກັນ.

ບໍ່ມີຜູ້ໃດເຖົ້າແກ່ລົງ, ເຈັບປ່ວຍ ຫຼື ລົ້ມຫາຍຕາຍຈາກ. ຄວາມປິຕິຍິນດີ ແລະ ຄວາມຮັກຄົບບໍລິບູນ!

ເຫຼືອເຊື່ອເກີນໄປບໍ?

ລີ ມັກສິ່ງທີ່ຕົນກໍາລັງອ່ານໃນພຣະຄໍາພີ. ບາງຄັ້ງ ອາດດີເກີນໄປຈົນເຫຼືອເຊື່ອ ແລະ ລາວໄດ້ແຕ່ອະທິຖານຂອບພຣະຄຸນພຣະເຈົ້າ. ການເປັນພໍ່ລ້ຽງດ່ຽວນັ້ນບໍ່ແມ່ນເລື່ອງງ່າຍ ແຕ່ດຽວນີ້ລາວໄດ້ຮັບສັນຕິສຸກ ແລະ ມີຄວາມຫວັງສໍາລັບອະນາຄົດ!

ຄວາມທຸກເກີດຂຶ້ນກັບມະນຸດທຸກຄົນ. ມັນເປັນເລື່ອງງ່າຍທີ່ພວກເຮົາຈະຢຸດສະງັກ ແລະ ມຸ່ງເນັ້ນໃສ່ແຕ່ບັນຫາ. ແຕ່ຍັງມີຂ່າວດີ! ພຣະຄໍາພີເປັນໜັງສືທີ່ບໍ່ພຽງແຕ່ອະທິບາຍຕົ້ນກໍາເນີດຂອງໂລກເທົ່ານັ້ນ ແຕ່ຍັງອະທິບາຍຈຸດໝາຍປາຍທາງ ເປັນຈຸດໝາຍປາຍທາງທີ່ສວຍງາມສໍາລັບທ່ານ ແລະ ຂ້າພະເຂົ້າດ້ວຍ. ແລະ ສໍາລັບທຸກຄົນທີ່ພວກເຮົາຮັກດ້ວຍ!

ແລ້ວທ່ານເດ?

ທ່ານປາຖະໜາທີ່ຈະສຶກສາກ່ຽວກັບອະນາຄົດທີ່ສວຍງາມທີ່ພຣະເຈົ້າຈັດກຽມໄວ້ໃຫ້ທ່ານບໍ? ທ່ານຢາກຮູ້ບໍວ່າພຣະອົງສາມາດປົດທຸກຂອງທ່ານໄດ້ແນວໃດ? ຖ້າທ່ານປາຖະໜາ, ຂໍໃຫ້ທ່ານອະທິຖານດັ່ງນີ້:

ຂ້າແດ່ພຣະເຈົ້າຜູ້ສ້າງ, ຂ້ານ້ອຍປາຖະໜາທີ່ຈະເຊື່ອວ່າພຣະອົງສາມາດສ້າງໂລກນີ້ຄືນໃໝ່ໃຫ້ສົມບູນຄືເກົ່າໄດ້ ແຕ່ເບິ່ງຄືວ່າເປັນຕາເຫຼືອເຊື່ອຫຼາຍ. ຂໍຈົ່ງຊ່ວຍໃຫ້ຂ້ານ້ອຍຮູ້ວ່າພຣະອົງມີຈິງເຖີດ ແລະ ຮູ້ແຜນການທີ່ພຣະອົງມີສໍາລັບຂ້ານ້ອຍດ້ວຍ.

ຖ້າທ່ານຕ້ອງການສຶກສາເພີ່ມເຕີມ, ກະລຸນາຕິດຕໍ່ພວກເຮົາໄດ້ຕາມຂໍ້ມູນຢູ່ດ້ານຫຼັງຂອງແຜ່ນພັບນີ້.

Copyright @ 2023 by Sharing Hope Publications. ສາມາດພິມ ແລະ ແຈກຢາຍໄດ້ໂດຍບໍ່ຂໍອະນຸຍາດ ຍົກເວັ້ນກໍລະນີນໍາໃຊ້ທາງການຄ້າ.
ຂໍ້ພຣະຄໍາພີຈາກ ພຣະຄໍາພີສັກສິດ. ສະຫງວນລິຂະສິດ © 2012 United Bible Societies.

ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ.

ຮູ້ເປັນຄົນທໍາອິດ ເມື່ອມີສິ່ງພິມໃໝ່!

newsletter-cover