ເຮືອນຢູ່ທີ່ຖາວອນ

ເຮືອນຢູ່ທີ່ຖາວອນ

ສັງລວມ

ພຣະຜູ້ສ້າງໄດ້ສ້າງໂລກທີ່ສົມບູນ, ບໍລິສຸດ. ແຕ່ມະນຸດຄູ່ທໍາອິດໄດ້ເລືອກທາງທີ່ໜ້າເສົ້າ ແລະ ໂລກນີ້ຈິ່ງບໍ່ເປັນບ່ອນທີ່ປອດໄພອີກຕໍ່ໄປ. ປຶ້ມສັກສິດຂອງຄຣິສຕຽນ ຄືພຣະຄໍາພີ ຄໍາສັນຍາວ່າພຣະເຈົ້າຈະເຮັດໃຫ້ທຸກສິ່ງທຸກຢ່າງດີຄືເກົ່າ ແຕ່ພວກເຮົາຈະຮູ້ໄດ້ແນວໃດວ່າຄໍາສັນຍາຂອງພຣະອົງຈະເປັນຈິງ? ແຜ່ນພັບນີ້ອະທິບາຍຄໍາພະຍາກອນທີ່ອັດສະຈັນໃນພຣະທໍາດານີເອນບົດທີ 9 ເຊິ່ງເຮັດໃຫ້ເຮົາເຊື່ອໝັ້ນໄດ້ວ່າຄໍາພະຍາກອນອື່ນໆໃນພຣະຄໍາພີຈະເກີດຂຶ້ນຕາມທີ່ພຣະເຈົ້າໄດ້ກ່າວໄວ້.

ດາວໂຫຼດ

ເຮືອນ—ພວກເຮົາຖືວ່າເປັນສະຖານທີ່ແຫ່ງຄວາມຮັກ, ຄວາມເຊື່ອໃຈ ແລະ ການຢຽວຢາ. ແລະ ຢູ່ໃນໂລກແຫ່ງຄວາມທໍລະມານ ແລະ ບໍ່ຖາວອນນີ້ ຈິດໃຈຂອງພວກເຮົາຄວນຫາບ່ອນຢູ່ທີ່ປອດໄພ ສາມາດພັກຜ່ອນໄດ້ຢ່າງສະບາຍໃຈ.

ການທີ່ພວກເຮົາປາຖະໜາຄວາມສະຫງົບອັນບໍ່ສິ້ນສຸດນັ້ນມີເຄົ້າກໍາເນີດມາຈາກສະຫວັນ. ພຣະຄໍາພີ ຫຼື ໜັງສືສັກສິດຂອງຄຣິສຕຽນ ອະທິບາຍວ່າ ພຣະເຈົ້າຜູ້ສ້າງປາຖະໜາໃຫ້ມະນຸດມີຊີວິດເປັນອໍາມະຕະ ແລະ ສະຫງົບສຸກ (ປັນຍາຈານ 3:11). 

ແຕ່ພວກເຮົາສາມາດເຊື່ອພຣະຄໍາພີໄດ້ບໍ? ຕັ້ງແຕ່ໃດໆມາ ຄົນນັບລ້ານເວົ້າກ່ຽວກັບສັນຕິສຸກ ແລະ ຄວາມສະຫງົບທີ່ພົບເຫັນຢູ່ໃນໜັງສືນີ້. ແຕ່ພວກເຮົາຈະຮູ້ໄດ້ແນວໃດວ່າຄໍາສອນເຫຼົ່ານັ້ນເປັນຄວາມຈິງ? 

ຫຼັກຖານ 1: ຄໍາອະທິບາຍທີ່ມີເຫດມີຜົນ

ນັກວິທະຍາສາດສອນວ່າ ການລະເບີດ (Big Bang) ເປັນທິດສະດີທີ່ອະທິບາຍຕົ້ນກໍາເນີດຂອງຈັກກະວານໄດ້ດີທີ່ສຸດ. ແຕ່ນັກວິທະຍາສາດບາງກຸ່ມເຫັນວ່າ ທິດສະດີນີ້ຜິດພາດຮ້າຍແຮງ ຍ້ອນວ່າການລະເບີດຈະບໍ່ສາມາດເກີດຂຶ້ນໄດ້ ຖ້າບໍ່ມີວັດຖຸປະກົດຢູ່ແລ້ວ. ຂໍ້ບົກຜ່ອງນີ້ຊີ້ໃຫ້ເຫັນວ່າ ມີພຣະຜູ້ສ້າງດໍາລົງຢູ່. 

ພຣະຄໍາພີສອນວ່າພຣະເຈົ້າໄດ້ສ້າງໂລກສົມບູນແບບ ພ້ອມທັງມອບໃຫ້ຊາຍ ແລະ ຍິງຄູ່ທໍາອິດເປັນຜູ້ປົກຄອງ. ພຣະເຈົ້າປະສົງໃຫ້ມະນຸດອາໄສຢູ່ຢ່າງປອດໄພ ແລະ ມີຄວາມສຸກຕະຫຼອດໄປ ຖ້າພວກເຂົານັບຖື ແລະ ຟັງຄວາມພຣະອົງ. ແຕ່ຊາຍ ແລະ ຍິງນັ້ນແຕກແຍກຈາກພຣະເຈົ້າ ໂດຍບໍ່ຟັງຄວາມພຣະອົງ. ການກະທໍາຂອງພວກເຂົານໍາເອົາຄວາມບໍ່ຖາວອນ ແລະ ຄວາມຕາຍມາສູ່ໂລກ (ໂຣມ 5:12). ນັບຕັ້ງແຕ່ນັ້ນມາ ມະນຸດຊາດໄດ້ພະຍາຍາມຊອກຫາບ່ອນທີ່ມີຄວາມປອດໄພ ແລະ ຄວາມສະຫງົບອັນຖາວອນ.

ແຕ່ພຣະເຈົ້າບໍ່ໄດ້ປະຖິ້ມເຊື້ອສາຍມະນຸດ. ກົງກັນຂ້າມ ພຣະອົງໄດ້ສັນຍາວ່າຈະສົ່ງພຣະຜູ້ໄຖ່ລົງມາຊ່ວຍມະນຸດ ເພື່ອທໍາລາຍອໍານາດຂອງຄວາມຊົ່ວຮ້າຍໃນຊີວິດຂອງພວກເຮົາ ແລະ ບັນດານໃຫ້ສິນທໍາກັບຄວາມດີງອກງາມຂຶ້ນໂດຍທໍາມະຊາດຈາກຈິດໃຈຂອງພວກເຮົາ. ພຣະອົງຈະເປີດທາງໃຫ້ພວກເຮົາສາມາດກັບຄືນເມືອເຮືອນອັນເປັນບ່ອນຢູ່ເດີມຂອງພວກເຮົາ (ໂຢຮັນ 14:1–3).

ຫຼັກຖານ 2: ຫຼາຍສາສະໜາກ່າວວ່າມີພຣະຜູ້ໄຖ່

ຕະຫຼອດປະຫວັດສາດ ຄົນໃນຫຼາຍປະເທດ ຫຼາຍສາສະໜາ ຮູ້ມົວໆກ່ຽວກັບພຣະຜູ້ໄຖ່ທີ່ໄດ້ທໍານວາຍໄວ້ ເຊິ່ງເປັນຜູ້ທີ່ຈະຟື້ນຟູໂລກ ແລະ ປະທານຊີວິດນິລັນດອນ. ແຕ່ມີພຽງພຣະຄໍາພີເທົ່ານັ້ນທີ່ທໍານວາຍກໍານົດເວລາການສະເດັດມາຂອງພຣະອົງ. ຖ້າກໍານົດເວລານີ້ສາມາດພິສຸດໄດ້ຜ່ານປະຫວັດສາດ ສະແດງວ່າພວກເຮົາສາມາດເຊື່ອຖືໄດ້ວ່າພຣະຄໍາຖືກຕ້ອງ ລວມທັງຄໍາສັນຍາເລື່ອງບ່ອນຢູ່ບ່ອນພັກຜ່ອນອັນຖາວອນ.

ຫຼັກຖານ 3: ການຢັ້ງຢືນຈາກປະຫວັດສາດ

ໃນປີ ໖໐໕ ກ່ອນ ຄ.ສ. ຊາວຢິວໄດ້ຖືກກວາດຕ້ອນໄປເປັນຂ້າທາດ ຍ້ອນການບຸກໂຈມຕີຂອງທະຫານບາບີໂລນ. ໃນໄລຍະດັ່ງກ່າວ ພຣະເຈົ້າໄດ້ສົ່ງຜູ້ທໍານວາຍມາເອີ້ນຄົນຢິວໃຫ້ກັບໄປຫາພຣະອົງ. ຜູ້ທໍານວາຍເຫຼົ່ານີ້ຍັງໄດ້ເຕືອນພວກເຂົາກ່ຽວກັບສັນຍາທີ່ກ່າວເຖິງພຣະຜູ້ໄຖ່ ແລະ ທໍານວາຍວ່າພຣະອົງຈະສະເດັດມາໃນເວລາໃດ.

ດານີເອນ ໜຶ່ງໃນຜູ້ທໍານວາຍເຫຼົ່ານັ້ນ ໄດ້ຮັບຄວາມຝັນກ່ຽວກັບກໍານົດການເຈາະຈົງ ໔໙໐ ປີ ສໍາລັບການສະເດັດມາຂອງພຣະຜູ້ໄຖ່ນັ້ນ. ກໍານົດການດັ່ງກ່າວແມ່ນເລີ່ມຕົ້ນເມື່ອກະສັດອົງໜຶ່ງອອກດໍາລັດໃຫ້ຊາວຢິວສາມາດຫວນຄືນໄປຟື້ນຟູເມືອງຫຼວງຂອງພວກເຂົາ ຄືເມືອງເຢຣູຊາເລັມທີ່ຖືກສົງຄາມທໍາລາຍ. ແລ້ວ ໔໘໓ ປີຖັດມາ ພຣະຜູ້ໄຖ່ນັ້ນຈະປະກົດຕົວ ແລະ ຫຼັງຈາກສິດສອນຮັບໃຊ້ເປັນເວລາສາມປີເຄິ່ງ ພຣະຜູ້ໄຖ່ນັ້ນຈະຖືກຂ້າໂດຍຝຸງສັດຕູຊົ່ວຮ້າຍ. ສາມປີເຄິ່ງຫຼັງຈາກນັ້ນ ຂ່າວດີປະເສີດກ່ຽວກັບການຟື້ນຟູທີ່ພຣະເຈົ້າສັນຍາໄວ້ຈະຂະຫຍາຍຕົວໄປທົ່ວໂລກ.

ນີ້ເປັນຄໍາທໍານວາຍທີ່ອັດສະຈັນ! ແຕ່ສິ່ງນີ້ສາມາດພິສູດໄດ້ຜ່ານປະຫວັດສາດບໍ? ດໍາລັດໃຫ້ກໍ່ສ້າງເມືອງເຢຣູຊາເລັມຄືນໃໝ່ຖືກປະກາດໃຊ້ໃນປີ ໔໕໗ ກ່ອນ ຄ.ສ. ຈາກນັ້ນ ໔໘໓ ປີຖັດມາ ພຣະອາຈານຜູ້ຍິ່ງໃຫຍ່ນາມວ່າເຢຊູ ໄດ້ເລີ່ມຕົ້ນສິດສອນປະຊາຊົນ (ໃນປີ ໒໗ ຫຼັງ ຄ.ສ.). ເຮົາຮູ້ວັນທີແນ່ນອນຍ້ອນພຣະຄໍາພີລະບຸວ່າພຣະເຢຊູເປັນພຣະຜູ້ໄຖ່ຄົນນັ້ນໃນປີທີ ໑໕ ແຫ່ງການປົກຄອງຂອງ ທີເບີຮຽດສ ຊີຊ່າ (Tiberius Caesar) ເຊິ່ງເປັນຈັກກະພັດໂຣມັນຜູ້ມີຊື່ສຽງໃນປະຫວັດສາດ (ລູກາ ໓:໑–໒). ຄໍາບອກເລົ່າຂອງຜູ້ເຫັນເຫດການຄົນອື່ນໆໄດ້ອ້າງອີງສະຖາບັນການເມືອງ ແລະ ສະຖານທີ່ຕ່າງໆທີ່ສາມາດພິສຸດໄດ້. ພຣະເຢຊູປະກົດຕົວສອດຄ່ອງກັບກໍານົດເວລາທີ່ໄດ້ທໍານວາຍໄວ້ກ່ຽວກັບການສະເດັດມາຂອງພຣະຜູ້ໄຖ່. ແຕ່ຍັງມີອີກ.

ຄໍາທໍານວຍໄດ້ກ່າວວ່າ ຫຼັງຈາກສາມປີເຄິ່ງ ພຣະຜູ້ໄຖ່ນັ້ນຈະ “ຖືກຂ້າຢ່າງບໍ່ຍຸຕິທໍາ” (ດານີເອນ ໙:໒໖). ຈິງແທ້, ໃນປີ ໓໑ ຫຼັງ ຄ.ສ. ພຣະເຢຊູຖືກຊາວໂຣມັນປະຫານຊີວິດ. ແລ້ວພຣະອົງໄດ້ຟື້ນຄືນຊີບ ເພື່ອພິສູດວ່າພຣະອົງມີໄຊຊະນະເໜືອຄວາມຕາຍ. ຜູ້ຕິດຕາມຂອງພຣະເຢຊູໄດ້ປ່າວປະກາດຂ່າວປະເສີດເລື່ອງພຣະຜູ້ໄຖ່ທົ່ວປະເທດອິດສະຣາເອນ ແຕ່ຫຼັງຈາກສາມປີເຄິ່ງ ພວກເຂົາໄດ້ອອກໄປປະກາດຂ່າວປະເສີດທົ່ວໂລກ. ຄໍາທໍານວາຍຕອນນີ້ສາມາດຢັ້ງຢືນໄດ້ຜ່ານຫຼາຍແຫຼ່ງຂໍ້ມູນບັນທຶກໂດຍຊາວໂຣມັນ ແລະ ຊາວຢິວ ທີ່ຈາລຶກການຂະຫຍາຍຕົວຢ່າງກວ້າງຂວາງຂອງຄໍາສອນຂອງພຣະເຢຊູໃນເວລານັ້ນ.

ແຜ່ນພູມລຸ່ມນີ້ສະແດງກໍານົດເວລາ ແລະ ເຫດການສໍາຄັນຂອງໄລຍະ ໔໙໐ ປີ ທີ່ດານີເອນທໍານວາຍໄວ້.

ຫຼັກຖານ 4: ການປ່ຽນແປງຊີວິດ

ຄໍາທໍານວາຍທີ່ເປັນຈິງນີ້ປະເສີດຫຼາຍ! ແຕ່ຫຼັກຖານໜຶ່ງທີ່ຢັ້ງຢືນຄວາມໜ້າເຊື່ອຖືຂອງພຣະຄໍາພີໄດ້ແມ່ນ ການປ່ຽນແປງຊີວິດຂອງຜູ້ທີ່ໄດ້ອ່ານ ແລະ ຮັບພຣະເຈົ້າຂອງໜັງສືນີ້. ນັກໂທດສາລະພາບຄວາມຜິດ. ຄົນທີ່ຕົກເປັນທາດຂອງຄວາມໂມໂຫ, ຄວາມກຽດຊັງ, ຄວາມອິດສາ ແລະ ຄວາມຂົມຂື່ນ ດຽວນີ້ກາຍເປັນຄົນໃຈດີ ແລະ ຮັກເມດຕາ.

ຄໍາເຊື້ອເຊີນ

ແລ້ວທ່ານເດ? ທ່ານກໍາລັງສະແຫວງຫາບ່ອນຢູ່ອັນຖາວອນ ແລະ ມີຄວາມສຸກບໍ? ພຣະຄໍາພີໄດ້ສັນຍາວ່າຈະປະທານໃຫ້! ທ່ານຢາກຂໍໃຫ້ພຣະເຢຊູປະທານຊີວິດນິລັນດອນແກ່ທ່ານໃນໂລກໃໝ່ບໍ? ກະລຸນາຕິດຕໍ່ພວກເຮົາໄດ້ຕາມຂໍ້ມູນຢູ່ດ້ານຫຼັງຂອງແຜນພັບນີ້!

Copyright @ 2023 by Sharing Hope Publications. ສາມາດພິມ ແລະ ແຈກຢາຍໄດ້ໂດຍບໍ່ຂໍອະນຸຍາດ ຍົກເວັ້ນກໍລະນີນໍາໃຊ້ທາງການຄ້າ.
ຂໍ້ພຣະຄໍາພີຈາກ ພຣະຄໍາພີສັກສິດ. ສະຫງວນລິຂະສິດ © 2012 United Bible Societies.

ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ.

ຮູ້ເປັນຄົນທໍາອິດ ເມື່ອມີສິ່ງພິມໃໝ່!

newsletter-cover